ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາການຈັດຊື້-ຈັດຈ້າງ ນໍ້າມັນເຊື້ອຮັບໃຊ້ວັນ
ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ


     ວັນທີ 15 ພະຈິກ 2023 ນີ້, ພິທີຊັນສັນຍາການຈັດຊື້-ຈັດຈ້າງ ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 75 ປີ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ 2 ບໍລິສັດຄື: ບໍລິສັດລັດວິສະຫະກິດນໍ້າເຊື້ອໄຟວຽງຈັນ
ແລະ ບໍລິສັດ ເອັນທີພີ ການຄ້ານໍ້າມັັນເຊື້ອໄຟມະຫາຊົນ ຂື້ນ, ຢູ່ທີ່ຫ້ອງຮັບແຂກຂອງກົມໃຫຍ່ພະລາທິການ, ໂດຍການເຂົ້າຮ່ວມເປັນ
ສັກຂີພະຍານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະ
ລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້-ຈັດຈ້າງ ຂອງກົມໃຫຍ່ພະລາທິການ, ມີສະຫາຍພົນຈັດຕະວາ ຈັນທະຈັກ
ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການ
ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ, ສະຫາຍ ເຫຼື່ອມ ຍົງວົງສິດທິ ຮອງຫົວໜ້າອໍານວຍການ ບໍລິສັດ ເອັນທີພີ ການຄ້ານໍ້າມັນ
ເຊື້ອໄຟມະຫາຊົນ, ບັນດາອະນຸກໍາມະການ, ຄະນະຈັດຊື້-ຈັດຈ້າງ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດສັນງົບປະມານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 75 ປີ, ວັນທີ 20 ມັງກອນ 1949-20 ມັງກອນ 2024, ອີງຕາມການແຈ້ງຕົວເລກງົບປະມານຂອງກົມໃຫຍ່ພະລາທິການ
ກອງທັບ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຊື້-ຂາຍ ນໍ້າມັນເຊື້ອໄຟ ຮ່ວມກັນພາຍໃຕ້ບັນດາຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ ຕາມ
ສັນຍາ ແລະ ມອບສິດໃຫ້ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ຈັດຊື້ຊະນິດນໍ້າມັນເຊື້ອໄຟ ເຊັ່ນ, ນໍ້າມັນຫຼໍ່ລື່ນພິເສດຈຳນວນ
6.000 ລິດ ແລະ ນໍ້າມັນກະຊວນຈໍານວນ 452.443 ລິດ, ເຊິ່ງລວມເປັນມູນຄ່າທັງໝົດ: 9.000.000.000 ກີບ ແລະ ບໍລີສັດ ເອັນ
ທີພີ ການຄ້ານໍ້າມັັນເຊື້ອໄຟມະຫາຊົນ ຈັດຊື້ປະເພດຊະນິດນໍ້າມັນເຊື້ອໄຟ ກະຊວນ ຈໍານວນທັງໝົດ: 482.567 ລິດ, ເຊິ່ງລວມເປັນມູນ
ຄ່າເງິນທັງໝົດ: 9.999.999.170 ກີບ, ຈາກນັ້ນ ທັງສອງຝ່າຍກໍໄດ້ເຊັນບົດບັນທຶກສັນຍາຮ່ວມກັນ ວ່າດ້ວຍການຈັດຊື້-ຈັດຈ້າງ ນໍ້າມັນ
ເຊື້ອໄຟ ເພື່ອຮັບໃຊ້ກອງທັບ, ຝ່າຍກົມນໍ້າມັນເຊື້ອໄຟ ໂດຍແມ່ນ ສະຫາຍພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອ
ໄຟ ກົມໃຫຍ່ພະລາທິການກອງທັບ, ຝ່າຍບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ ໂດຍ ສະຫາຍ ພັນເອກ ບຸນທົງ ກອງເທດມະນີ
ຫົວໜ້າອໍານວຍການ ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ ແລະ ຝ່າຍບໍລິສັດ ເອັັນທີພີ ການຄ້ານໍ້າມັນເຊື້ອໄພມະຫາຊົນ ໂດຍ
ແມ່ນ ສະຫາຍ ເຫຼື່ອມ ຍົງວົງສິດທິ ຮອງຫົວໜ້າອໍານວຍການ ບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ.

     ໂອກາດນີ້, ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ໂອ້ລົມໂດຍໄດ້ເນັ້ນໜັກໃຫ້ທັງສອງຝ່າຍໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້,
ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍ່ຄື
ຂອດການຈັດຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຫຼື ວິຊາການຜູ້ຮັບຜິດຊອບ
ວຽກງານນໍ້າມັນເຊື້ອໄຟຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາຢ່າງເຂັ້ມງວດ, ໂດຍສະເພາະ, ການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການ
ປະສານສົບທົບກັບຂັ້ນເທິງ ເພື່ອສະຫຼຸບບັນຊີລາຍງານໃຫ້ເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນໃນສະພາບ
ການໃໝ່, ພ້ອມທັງປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະ
ບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ທັນເວລາ ແລະ ຮັບປະກັນໄດ້ທັງປະລິມານ, ຄຸນນະພາບທີ່ດີ ຂອງຊະນິດນໍ້າມັນເຊື້ອໄຟແຕ່
ລະຊະນິດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ກໍຄືປະກອບເຂົ້າໃນວຽກງານການຈັດຕັ້ງສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບປະຊາລາວ ຄົບຮອບ 75 ປີ ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ແຫຼ່ງຂ່າວໂດຍ ຄຳປະສົງ
ວັນທີ 17/11/2023